SBS Lao - SBS ພາ​ສາ​ລາວ

SBS Lao

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - ກະ​ຣຸ​ນາ​ຟັງ​ກາ​ນ​ສະ​ພາດ, ສາ​ຣະ​ຄະ​ດີ​ແລະ​ເຣື່ອງ​ລາວ​ຊຸມ​ຊົນ​ຈາກ SBS ຣາຍ​ການ​ພາ​ສາ​ລາວ, ຮວມ​ດ້ວຍ​ຂ່າວ​ຈາກອອ​ສ​ເຕຼ​ເລັຍ​ແລະ​ທົ່ວ​ໂລກ.

  • 9 minutes 13 seconds
    ຊາວອອສເຕຣເລັຍເປັນຫ່ວງ ກ່ຽວກັບສະພາບອາກາດ
    ຊາວອອສເຕຣເລັຍ ເປັນຫ່ວງ ກ່ຽວກັບອະນາຄົດ ຂອງສະພາບອາກາດ ທີ່ຮຸນແຮງສໍາລັບປະເທດ. ສະພາບການນ້ຳຖ້ວມ ພາຍຸຝົນກໍ ມີຫລາຍຂຶ້ນເລື້ອຍໆ ໄດ້ເຮັດໃຫ້ບໍຣິການຣົດໄຟ ຕົກຢູ່ໃນຄວາມວຸ້ນວາຍ, ຣົດຖືກປະຖິ້ມ ແລະຜູ້ຄົນໄດ້ແລ່ນໄປຫາບ່ອນຫລົບພັຍ ໃນ ຂນະ ທີ່ຫ້າຣັດ ຖືກທໍາລາຍດ້ວຍພາຍຸຝົນ ແລະນ້ຳຖ້ວມ. ແຕ່ຜົນກະທົບຂອງສະພາບອາກາດ -ໍໄດ້ມີແຕ່ໃນອອສເຕຣເລັຍເທົ່ານັ້ນ. ຫຼາຍປະເທດທົ່ວໂລກກໍປະສົບກັບສະພາວະດຽວກັນ.16908264.gif
    3 December 2024, 6:14 am
  • 11 minutes 30 seconds
    Finding a bank account that works hard for you - ການຊອກຫາບັນຊີທະນາຄານ ທີ່ເຮັດວຽກຫນັກສໍາລັບທ່ານ.
    If you have a job, receive government benefits or want to pay your bills easily you’ll need a bank account. You may even need more than one. To join the 20 million customers who hold Australian bank accounts, take some time to find one that best suits your needs. - ຖ້າທ່ານມີວຽກເຮັດ, ຮັບສວັດດີການຈາກຣັຖບານ ຫຼືຢາກຊຳລະຄ່າໃຊ້ຈ່າຍຢ່າງງ່າຍໆ ທ່ານຈະຕ້ອງມີບັນຊີທະນາຄານ. ທ່ານອາດຈໍາເປັນຕ້ອງມີຫຼາຍກວ່າຫນຶ່ງບັນຊີ. ໃນການເປັນລູກຄ້າຄືກັບ 20 ລ້ານຄົນ ທີ່ມີບັນຊີທະນາຄານຂອງອອສເຕຣເລັຍ ມັນກຸ້ມຄ່າທີ່ຈະໃຊ້ເວລາ ເພື່ອຊອກຫາບັນຊີ ທີ່ເຫມາະສົມກັບຄວາມຕ້ອງການຂອງທ່ານ.16908266.gif
    3 December 2024, 6:02 am
  • 6 minutes 49 seconds
    ປະຕິກິຣິຍາຈາກການສັ່ງຫ້າມການໃຊ້ ສື່ສານມວນຊົນ
    ການສັ່ງຫ້າມການໃຊ້ ສື່ສານມວນຊົນ ຂອງຊາວໜຸ່ມອອສເຕຣເລັຍ ໄດ້ເປັນຂ່າວທົ່ວໂລກ. ຣັຖບານກ່າວວ່າ ບໍຣິສັດ ສື່ສານ ຈະຕ້ອງຮັບຜິດຊອບໃນການກວດກາ ດ້ານອາຍຸ. ບໍ່ດັ່ງນັ້ນ ຈະມີການປັບໃໝ. ຜູ້ຊ່ຽວຊານກ່າວວ່າ ມັນບໍ່ແມ່ນເລື້ອງງ່າຍ. ໃນຂນະທີ່ໃນຕ່າງປະເທດ ຊາວໜຸ່ມ ກໍເລີ້ມມີການ ສົນທະນາກັນກ່ຽວກັບເລື້ອງນີ້.16908268.gif
    3 December 2024, 6:00 am
  • 6 minutes 58 seconds
    ອຸດສະຫະກັມໃໝ່ ທີ່ກໍາລັງເຕີບໂຕໃນຈີນ.
    ຣັຖບານຈີນ ກຳລັງສົ່ງເສີມອຸດສາຫະກັມ ການບິນລະດັບຕ່ຳ (Low-altitude Aviation) ຊຶ່ງໄດ້ມີການເປີດສະແດງທີ່ການສະແດງການບິນທີ່ Airshow China ໃນເມືອງ Zhu hai. ຫຼາຍຄົນກໍວ່າ ດີ ແຕ່ກໍມີບາງຄົນທີ່ກ່າວວ່າ ລາຄາແລະຄ່າໃຊ້ຈ່າຍຈະເປັນໂຕບົ່ງຊີ້ ສັກກະຍະພາບ(Potential) ຂອງ ອຸດສາຫະກັມນີ້.16908226.gif
    3 December 2024, 5:59 am
  • 6 minutes 12 seconds
    ຄະດີສອງຄະດີຕໍ່ Donald Trump ໄດ້ຖືກຍົກຟ້ອງ.
    ຄະດີທີ່ຮ້າຍແຮງທີ່ສຸດ ສອງຄະດີຕໍ່ Donald Trump ໄດ້ຖືກຍົກຟ້ອງ.ອັຍການກ່າວວ່າ ການຕັດສິນໃຈນັ້ນ ບໍ່ໄດ້ເກີດຂຶ້ນຕາມເຫດຜົນ...ແຕ່ເປັນເພາະ Trump ຈະກັບຄືນໄປ White House ໃນປີໜ້າ. ເຖິງແມ່ນວ່າ ມີໂອກາດນ້ອຍ ທີ່ຄະດີຈະກັບມາອີກ ຫລັງຈາກ Trump ໄດ້ຮັບຕໍາແຫນ່ງ ເປັນເທື່ອທີສອງ, ແຕ່ຜູ້ຊ່ຽວຊານກ່າວວ່າ ມັນບໍ່ໜ້າເປັນໄປໄດ້.16900574.gif
    28 November 2024, 2:19 am
  • 9 minutes 5 seconds
    ຄຳເຕືອນກ່ຽວກັບການຊື້ສິນຄ້າທາງ ອອນລາຍ
    ຜູ້ຊ່ຽວຊານ ເລື່ອງການຂາຍທາງອອນລາຍ (Online sales) ໄດ້ເຕືອນຜູ້ບໍຣິໂພກ ໃຫ້ລະວັງຕໍ່ການສໍ້ໂກງ ໃນຂນະທີ່ພວກເຂົາໄປຊື້ເຄື່ອງ ທາງອິນເຕີເນັດ ໂດຍສະເພາະໃນຊ່ວງເທດສະການຫຼຸດລາຄາ ຂອງ Black Friday ແລະ Christmas. ດ້ວຍການສໍ້ໂກງທີ່ຊັບຊ້ອນ ແລະຍາກຕໍ່ການແຍກແຍະຫຼາຍຂຶ້ນ ຜູ້ຊ່ຽວຊານ ຈຶ່ງໃຫ້ຄໍາແນະນໍາທີ່ເປັນປໂຍດ ກ່ຽວກັບສິ່ງທີ່ຕ້ອງລະວັງ ແລະວິທີກຽມຕົວ.16899650.gif
    27 November 2024, 3:42 am
  • 6 minutes 44 seconds
    ການຕາຍຜູ້ທີສອງຂອງຊາວອອສເຕຣເລັຍໃນລາວ
    ພໍ່ຂອງຜູ້ຍິງທີ່ຕາຍໃນປະເທດລາວ ດ້ວຍຄວາມສົງສັຍວ່າຖືກສານພິດໃນເຫຼົ້າ ທີ່ວັງວຽງ ໄດ້ຊຸກຍູ້ໃຫ້ຣັຖບານລາວສອບສວນໃຫ້ເຖິງທີ່ສຸດ ເພື່ຶວ່າມັນຈະບໍ່ເກີດຂຶ້ນອີກໃນອະນາຄົດ. ແມ່ນແຕ່ນາຍົກຣັຖມົນຕີ Victoria ກໍໄດ້ກ່າວກ່ຽວກັບເຫດການທີ່ໂສກເສົ້າຄືກັນ. ຣັຖບານລາວ ໄດ້ກ່າວເຖິງເຫດການທີ່ເກີດຂຶ້ນໃນວັນເສົາ, ໂດຍທີ່ຕໍາຫລວດທ້ອງຖິ່ນກ່າວວ່າ ຫລາຍຄົນໄດ້ຖືກຄຸມໂຕ, ແຕ່ຍັງບໍ່ມີການຕັ້ງຂໍ້ກ່າວຫາ.16898590.gif
    26 November 2024, 3:25 am
  • 8 minutes 8 seconds
    ຄົນອອສເຕຣເລັຍ ຖືກພິດເຫຼົ້າຮ້າຍແຮງໃນລາວ
    ນັກທ່ອງທ່ຽວຊາວອອສເຕຣເລັຍ ສອງຄົນ ຈາກ Melbourne ມີອາການບໍ່ສະບາຍຢ່າງໜັກ ຫລັງຈາກໄດ້ດື່ມ ສິ່ງທີ່ເຊື່ອວ່າ ເປັນເຫຼົ້າປະສົມ (Cocktail) ທີ່ເປັນພິດໃນປະເທດລາວ. ທັງສອງຕ້ອງໃຊ້ເຄື່ອງຊ່ວຍຊີວິດ ຢູ່ຄົນລະໂຮງຫມໍທີ່ປະເທດໄທ. ຂ່າວຫຼ້າສຸດ, ໜຶ່ງໃນສອງຄົນນັ້ນ ໄດ້ເສັຍຊີວິດແລ້ວໃນວັນພະຫັດ 20 ພິຈິກ ໃນໂຮງໝໍ ທີ່ປະເທດໄທ.16893551.gif
    21 November 2024, 11:59 pm
  • 10 minutes 11 seconds
    ອະນາຄົດຂອງການໃຊ້ເງິນສົດໃນການຊື້ຂາຍ
    ເຖິງແມານວ່າການຊຳລະ ເງິນແບບ Digital ບໍ່ວ່າຈະເປັນການຈ່າຍເງິນດ້ວຍໂທຣະສັບມືຖື ຫລືບັດ Credit ຈະເປັນເລື້ອງປົກກະຕິ. ແຕ່ສຳລັບຊາວອອສເຕຣເລັຍໃນພູມີພາກ ແລະຜູ້ສູງອາຍຸດ ການຊຳລະດ້ວຍເງິນສົດຍັງຄົງປະຕິບັດຢູ່ຢ່າງກວ້າງຂວາງ. ຣັຖບານກຳລັງຫາວິທີທີ່ຈະເຮັດໃຫ້ເງິນສົດໝູນວຽນໃນລະບົບການຄ້າຂາຍ ໂດຍການອອກຂໍ້ບັງຄັບໃຫ້ຮ້ານຄ້າສິນຄ້າຈຳເປັນ ໃຫ້ຮັບເງິນສົດ.16891576.gif
    20 November 2024, 4:57 am
  • 6 minutes 53 seconds
    ວັກຊີນປ້ອງກັນໂຣກທາງເດີນຫາຍໃຈຟຣີ
    RSV ຍັງເປັນສາເຫດສໍາຄັນ ຂອງການເຂົ້າໂຮງຫມໍ ສໍາລັບເດັກນ້ອຍ ໃນອອສເຕຣເລັຍ. ມັນເປັນໄວຣັສທົ່ວໄປ ທີ່ຕາມປົກກະຕິແລ້ວ ມີອາການບໍ່ຮຸນແຮງ,ອາການຈະຄ້າຍຄືກັນກັບ ໄຂ້ຫວັດ ແລະ COVID-19, ແລະເດັກນ້ອຍສ່ວນຫລາຍ ຈະຕິດເຊື້ອ RSV ກ່ອນເຂົາຈະມີອາຍຸຮອດສອງປີ.ຕອນນີ້ ຣັຖບານ ວາງແຜນທີ່ຈະລົງທຶນ ຫຼາຍກວ່າ 174 ລ້ານໂດລາ ໃນໄລຍະສີ່ປີເພື່ອຊ່ວຍຕໍ່ສູ້ ກັບໄວຣັສ. ວັກຊີນຟຣີ ຈະມີໃຫ້ແກ່ເດັກນ້ອຍ ແລະຜູ້ຍິງທີ່ຖືພາ ໃນໄລຍະສາມເດືອນສຸດທ້າຍ ຂອງການຖືພາ ຈາກປີຫນ້າ.16891476.gif
    20 November 2024, 3:45 am
  • 12 minutes 30 seconds
    What happens when you are summoned for Jury Duty? - ຈະເກີດຫຍັງຂຶ້ນ ເມື່ອທ່ານຖືກເອີ້ນໃຫ້ເຮັດຫນ້າທີ່ຄນະລູກຂຸນ (Jury)?
    Every Australian citizen who is on the electoral roll can be called up for jury service. But what is involved if you get called to be a juror? And what is the role of a jury? - ພົນລະເມືອງຂອງອອສເຕຣເລັຍທຸກຄົນທີ່ຢູ່ໃນລາຍຊື່ຂອງການເລືອກຕັ້ງສາມາດຖືກເອີ້ນໃຫ້ໄປຮັບໜ້າທີ່ໃນຄນະລູກຂຸນ (Jury). ແຕ່ຈະກ່ຽວຂ້ອງກັບຫຍັງແນ່ຖ້າຫາກທ່ານຖືກເອີ້ນໃຫ້ເປັນລູກຂຸນ (Juror) ?ແລະບົດບາດຂອງຄນະລູກຂຸນ (Jury) ແມ່ນຫຍັງ?16891478.gif
    20 November 2024, 3:45 am
  • More Episodes? Get the App
© MoonFM 2025. All rights reserved.